ສຳລັບນ້ອງໆທີ່ກຳລັງຮຽນພາສາອັງກິດຢູ່ ຄຳສອງຄຳນີ້ຄື Easy ແລະ Simple ມັກຈະສັບສົນກັນ ເພາະມັນມີຄວາມໝາຍທີ່ຄ້າຍຄືກັນ. ແຕ່ມັນກໍມີຄວາມແຕກຕ່າງກັນຢູ່. Easy ໝາຍເຖິງບາງສິ່ງບາງຢ່າງທີ່ເຮັດໄດ້ງ່າຍ ບໍ່ວ່າຈະສັບສົນຫຼືບໍ່ກໍ່ຕາມ. ສ່ວນ Simple ໝາຍເຖິງບາງສິ່ງບາງຢ່າງທີ່ບໍ່ສັບສົນ ມີຂັ້ນຕອນການເຮັດທີ່ງ່າຍດາຍ.
ຕົວຢ່າງ:
Easy: This game is easy to play. (ເກມນີ້ຫຼິ້ນງ່າຍ)
Simple: The instructions are simple and clear. (ຄຳແນະນຳງ່າຍດາຍ ແລະ ຊັດເຈນ)
Easy: The exam was easy, I finished it quickly. (ການສອບເສັງງ່າຍ ຂ້ອຍເຮັດສຳເລັດໄວ)
Simple: He gave me a simple explanation. (ລາວໃຫ້ຄຳອະທິບາຍທີ່ງ່າຍດາຍກັບຂ້ອຍ)
Easy: It's easy to learn basic English. (ການຮຽນພາສາອັງກິດພື້ນຖານງ່າຍ)
Simple: The recipe is simple; just mix the ingredients together. (ວິທີເຮັດງ່າຍໆ ພຽງແຕ່ປະສົມສ່ວນປະກອບເຂົ້າກັນ)
Happy learning!